ກູແຊກ (ຝຣັ່ງ: gougère) ໃນອາຫານຝຣັ່ງ ແມ່ນເຂົ້າຈີ່ທີ່ຜະລິດຈາກປັດ ອາ ຊູ (pâte à choux) ປະສົມກັບເນີຍແຂງ. ມີຫຼາຍປະເພດ. ເນີຍແຂງທີ່ມັກໃຊ້ແມ່ນ ກູແຢກ (Gruyère) ກົມເຕ (Comté) ຫຼື ອຳມັງຕາເລ (Emmentaler)[1][2] ແຕ່ກໍຍັງມີອີກຫຼາຍວິທີໃນການເຮັດກູແຊກ.