![]() ຜັດກะເພົາໝູກອບ | |
ກຳເໜີດ | |
---|---|
ແຫຼ່ງກຳເໜີດ | ປະເທດໄທ |
ລາຍລະອຽດ | |
ອຸນະຫະພູມໃນການຈັດໃຫ້ກິນ | ຮ້ອນ |
ເຄື່ອງປຸງຫຼັກ | ກະເພົາ, ຊີ້ນຫຼືອາຫານທະເລ, ຜັກທຽມ, ນ້ຳປາ, ນ້ຳຕານ |
ຜັດກະເພົາ (ໄທ: ผัดกะเพรา) ແມ່ນໜື່ງໃນອາຫານຈານດຽວໃນໄທທີ່ນິຍົມຫຼາຍທີ່ສຸດ[1] ເປັນອາຫານຕາມຖະຫນົນ ອາຫານຕາມສັ່ງທີ່ພົບເລື້ອຍໃນປະເທດໄທ ບາງຄັ້ງມັນຖືກເອີ້ນວ່າເມນູສິ້ນຄິດ ເພາະເວລາສັ່ງອາຫານແລ້ວບໍ່ຮູ້ວ່າຈະກິນຫຍັງມັກແມ່ນຈະສັ່ງຜັດກະເພົາ[2]
ສ່ວນປະກອບຂອງຜັດກະເພົາປະກອບດ້ວຍຊີ້ນ, ໃບກະເພົາ, ໝາກພິກ, ຜັກທຽມ ຊີ້ນທີ່ໃຊ້ໃນການເຮັດຜັດກະເພົາເຊັ່ນ ໄກ່, ໝູ, ຊີ້ນງົວ, ກຸ້ງ, ປາມຶກ ຫຼືແມ້ກະທັ້ງປາ, ຫອຍ, ຊີ້ນປູ ວິທີປຸງແຕ່ງໃຊ້ວິທີຜັດສ່ວນປະສົມໃຫ້ເຂົ້າກັນ ປຸງລົດຊາດດ້ວຍນ້ຳປາ, ນ້ຳຕານ ບາງມັກໃສ່ແປ້ງນົວ, ຊີອິ້ວດຳ ແລະພິກໄທປົ່ນ ເພີ່ມນ້ຳໃຫ້ພຽງພໍຜະສົມຜະສານ ນິຍົມກິນກັບເຂົ້າຫຸງ ແຕ່ອາດຈະກິນກັບໄຂ່ດາວ ຫຼືມີນ້ຳປາໝາກເຜັດເປັນເຄື່ອງປຸງ ເພື່ອເຮັດໃຫ້ລົດຊາດຫອມ ແລະ ເຜັດຂຶ້ນ[3]