ເສື້ອປັດ ຫຼື ເສື້ອຄໍປ້າຍ ແມ່ນເສື້ອຊະນິດໜຶ່ງທີ່ນິຍົມໃສ່ໂດຍຊາວລາວຫຼວງພະບາງ ໄທຍວນລ້ານນາ ໄທລື້ ແລະຊາວເຜົ່າອື່ນໆ ທີ່ອາໄສໃນບໍລິເວນພາກເໜືອຂອງປະເທດລາວແລະປະເທດໄທ.
ເສື້ອປັດແມ່ນເສື້ອແຂນຍາວ ຈະນຸ່ງຍາວເຖິງແອວ ຄໍເສື້ອມີແຂບຄຳ ບໍ່ມີກະດຸມ ແຕ່ຈະປ້າຍສຽງມາຜູກໄວ້ຢູ່ແອວດ້ານຂ້າງ ໂດຍນຳມາຜູກໄວ້ເບື້ອງຂວາ.